top of page

About

ຂໍ້ມູນເພີ່ມເຕີມ.......

ຈຸດປະສົງຂອງຫຼັກສູດ ສາຂາບໍລິຫານໂລຈິສຕິກ

  • ສ້າງນັກສືກສາໃຫ້ເປັນນັກທຸລະກິດດ້ານການບໍລິການຂົນສົ່ງ, ການແລ່ນເອກະສານຜ່ານພາສີ, ທຸລະກິດການຜະລິດສິນຄ້າຕ່າງໆ.

  • ສາມາດປະກອບອາຊີບທີ່ກ່ຽວຂ້ອງກັບການຄົມມະນາຄົມ-ຂົນສົ່ງ, ພະແນກໂຍທາທິການ, ບໍລິສັດທີ່ກ່ຽວຂ້ອງກັບການບໍລິການຂົນສົ່ງ ແລະ ອື່ນໆ.

  • ສາມາດເປັນທີ່ປຶກສາທາງດ້ານການປະກອບທຸລະກິດໂລຈິສຕິກ, ດ້ານການວິເຄາະບັນຫາການຂົນສົ່ງ ແລະ ການຜະລິດ, ການຄຸ້ມຄອງສາງເຄື່ອງ ແລະ ການພະຍາກອນຄວາມຕ້ອງການລູກຄ້າ ແລະ ວັດສະດຸ.

  • ສາມາດເຮັດວຽກດ້ານໂລຈິສຕິກ ຮ່ວມກັບນັກວິຊາການພາຍໃນແລະ ຕ່າງປະເທດໄດ້.

  • ສ້າງໃຫ້ນັກສຶກສາມີຄວາມຮູ້, ຄວາມສາມາດດ້ານວິຊາການ ກ່ຽວກັບການວິເຄາະປັດໄຈທາງທຸລະກິດ ເພື່ອຊີ້ໃຫ້ເຫັນບັນຫາດ້ານການຂົນສົ່ງ ແລະ ການໃຫ້ບໍລິການຂອງລະບົບຕ່ອງໂສ້.

  • ກໍ່ສ້າງວິຊາການດ້ານການບໍລິຫານການຂົນສົ່ງ ແລະ ມີຄວາມສາມາດໃນການສ້າງລະບົບວຽກງານການບໍລິການຂົນສົ່ງຂອງປະເທດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ຮຽນຈົບໄປແລ້ວຈະໄດ້ຫຍັງ?

  • ສາມາດນຳຄວາມຮູ້ໄປຜັນຂະຫຍາຍຕໍ່ໄປ ບໍໍ່ວ່າຈະເປັນພາກລັດ ຫຼື ເອກະຊົນກໍ່ຕາມ ເຊັ່ນວ່າ: ການດຳເນີນການວາງແຜນຜະລີດ PDCA, ການບໍລິຫານການຈັດຊື້ ວັດຖຸດິບ-ອຸປະກອນ, ການວາງແຜນການຂົນສົ່ງ, ການຈາາຍສິນຄ້າໄປກຸ່ມລູກຄ້າເປົ້າໝາຍ ແລະ ການບໍລິຫານສາງສິນຄ້າ

  • ຮູ້ເຖິງຂັ້ນຕອນໃນການດຳເນີນງານ ແລະ ເອກະສານໃນ ທີ່ກ່ຽວຂ້ອງກັບການ Import-Export ພ້ອມທັງ ເຂົ້າໃຈ Incoterms.

  • ເຂົ້າໃຈເຖິງຂັ້ນຕອນໃນດຳເນີນງານຂ້າມແດນ ແລະ ທັກສະໃນການຕິດຕໍ່ສື່ສານລະຫວ່າງປະເທດ ລວມທັງການເຈລະຈາຕໍ່ລອງໃນການຂົນສົ່ງຂ້າມແດນ.

 


 
Contact

Savannakhet Uninversity

Faculty of Business Adminstration

Logistics department

Ban Nazeng, Kaisone phommvihan district, Savannakhet province Lao PDR

skulogistic@gmail.com

© 2015 by Logsitic department

  • Facebook B&W
bottom of page